ສິ່ງອື່ນໆທີ່ວາງສະແດງ


 
   
 


ອາວຸດປືນ, ກັບ, ແຮ້ວ ແລະ ໜ້າກາກຫາປາ ທີ່ຢຶດໄດ້ຢູ່ ປ່າສະຫງວນ ແຫ່ງຊາດ ນ້ຳແອດພູເລີຍ.

 

 
 

 
 


ແຮ້ວ

 

 
 

 
 


ກັບເຫລັກ
ກັບເຫັຼກເປັນອຸປະກອນທີ່ຜິດກົດໝາຍທີ່ນຳມາຈາກປະເທດຫວຽດນາມ ເພື່ອຈຸດ ປະສົງໃນການຈັບເສືອໂຄ່ງ ແລະ ສັດລ້ຽງລູກດ້ວຍນົມຂະໜາດໃຫ່ຍ ຢູ່ປ່າສະ ຫງວນແຫ່ງຊາດ ນ້ຳແອດ-ພູເລີຍ. ໃນບາງຄັ້ງກໍມີຄົນຖືກກັບເຫັຼກເລົ່ານີ້ແຕ່ເຂົາ ຕ້ອງໄດ້ຮັບການຊ່ວຍເຫຼືອຈາກຄົນອື່ນຈິ່ງສາມາດເອົາກັບອອກໄດ້ ແລະ ກໍອອກ ຈາກປ່າພ້ອມກັບຄວາມເຈັບປວດ. ຜູ້ທີ່ຫ້າງກັບເຫັຼກຈະຖືກຈັບກຸມພ້ອມດ້ວຍ ຖືກປັບໄໝ ແລະ ຈັບໃສ່ຄຸກ

 

 
 

 
 


ປືນ

 

 
 
 
 


ກະດູກລີງ

ບັນດາກະດູກລີງ ຫຼາຍກ່ວາຮ້ອຍຊະນິດທີ່ບັນຈຸໃນຖົງນີ້ແມ່ນທິມງານເຈົ້າຫນ້າທີ່ກວດກາໄດ້ຍຶດ ຈາກລົດເມທີ່ເດີນທາງໄປຍັງປະເທດເພື່ອນບ້ານຕາມເສັ້ນທາງເລກ 8. ອົງການສາກົນ“TRAFFIC”ໃດ້ກວດກາຕິດຕາມ ແລະ ປະເມີນການຄ້າຂາຍສັດປ່າແບບຜິດກົດ ໝາຍ ພົບວ່າມີພຽງ 2 % ຂອງການຄ້າຂາຍສັດປ່າທີ່ຖືກສະກັດກັ້ນໄດ້.

 

 
   
 


ອອງເຕົ່າ
ນີ້ແມ່ນເຕົ່າໃນຈຳນວນພັນໆໂຕ ຖືກຂ້າເພື່ອຄ້າຂາຍ ໃນທົ່ວປະເທດລາວ, ເຕົ່າເປັນຫນຶ່ງໃນບັນດາສັດປ່າທີ່ຕົກໃນສະຖານນະພາບໄກ້ຈະສູນພັນ ຍ້ອນການຄ້າຂາຍສັດປ່າ. ແຕ່ລະປີມີເຕົ່າຖືກຈັບເພື່ອຄ້າຂາຍ ເຖີງ 12 ລ້ານໂຕໄປໃນຕະຫລາດປະເທດຈີນ.

 

 
 

ເຂົາກະທິງ ກັບ ເຂົາຄວາຍ

ທ່ານເຫັນຄວາມແຕກຕ່າງບໍ?

 
 
gaur buffalo
ກະທິງ ຄວາຍ
 
     
 
Gaur_Outline ກະທິງ:
ບ່າໄລ່ສູງເຖິງ 170-220 ຊມ, ມີນ້ຳໜັກເຖິງ 1000-1500 ກລ.
ຄວາມຍາວລຳຕົວ 2.0-3.6 ມ.
ເປັນຕະກູນງົວ-ຄວາຍປ່າ ທີ່ມີຂະນາດໃຫ່ຍທີ່ສຸດ.
Buff_Outline ຄວາຍຢູ່ເຂດທະວີບ ອາຊີ:
ບ່າໄລ່ສູງເຖິງ 1.5-1.9 ມ, ມີນ້ຳໜັກເຖິງ 1200 ກລ.
ຄວາມຍາວລຳຕົວ 2.4 ມ.
 
 

 

 

 
 

ກ້ອງດັກຖ່າຍສັດ ຫລື ກ້ອງໂອໂຕມາຕິກ
ບັນດາຮູບພາບຢູ່ໃນງານສະແດງແມ່ນຖ່າຍດ້ວຍກ້ອງດັກຖ່າຍຮູບສັດປ່າຄືດັ່ງທີ່ເຫັນໃນຮູບ ເລົ່ານີ້

 

 
 

 

 
   
 


ກ້ອງດັກຖ່າຍຮູບສັດປ່າຫຼາຍໜ່ວຍໄດ້ຕັ້ງໄວ້ຫຼາຍໆບ່ອນທີ່ເຮົາຄິດວ່າຈະມີສັດສັດທີ່ເຮົາຕ້ອງ ການຖ່າຍຮູບນັ້ນຍ່າງຜ່ານ ແລະ ສະຖານທີ່ເລົ່ານັ້ນໂດຍທົ່ວໄປແມ່ນຢູ່ຫ່າງໄກສອກຫລີກ ໄຊ້ເວລາຫຼາຍໆວັນ ເພື່ອຍ່າງຈາກບ້ານ ຫຼື ຈາກເສັ້ນທາງລົດ. ເພື່ອນັບຈຳນວນໂຕຂອງເສືອໂຄ່ງ ພວກເຮົາຕ້ອງສັງເກດເບິ່ງລາຍທັງສອງຂ້າງຂອງເສືອແຕ່ລະຕົວໂດຍປຽບທຽບກັນ ສະນັ້ນ ພວກເຮົາຕ້ອງໄດ້ຕັ້ງກ້ອງຢູ່ສອງຂ້າງທາງຂອງສັດທຽວ ແລະ ປິ່ນໜ້າກ້ອງໃສ່ກັນ ກ້ອງດັກຖ່າຍຮູບສັດປ່າໄດ້ມັດໄສ່ຕົ້ນໄມ້ສູງຈາກໜ້າດິນປະມານ 45 ຊມ ເພື່ອໃຫ້ເໝາະສົມກັບລວງສູງຂອງເສືອໂຄ່ງ ແຕ່ກໍເປັນເລື່ອງທີ່ຍາກເພື່ອໃຫ້ຖືກກັບສັດທຸກຂະໜາດ ກ້ອງດັກຖ່າຍຮູບສັດປ່າທຸກຫນ່ວຍແມ່ນໃຊ້ຟີມ. ໃນປີຕໍ່ໄປພວກເຮົາຈະໃຊ້ກ່ອງດັກຖ່າຍຮູບສັດແບບ ດີຈີຕອນເພື່ອໃຫ້ໃດ້ຮູບຊັດດີກ່ວາເກົ່າ.

 

 
     
 

 ການເບີ່ງໜ້າທຳອິດ.