ຈຳພວກເສືອ

 
 

ຮູບເສືອໂຄ່ງໂຕແມ່ທີ່ໃຫຍ່ເຕັມໄວ ຖືກຖ່າຍຮູບດ້ວຍກ້ອງໂອໂຕມາຕິກທີ່ຕິດຕັ້ງຢູ່ໃນປ່າເມື່ອ ເດືອນ ມີນາ ປີ 2003 ຢູ່ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ.ເສືອໂຄ່ງເປັນສັດທີ່ໄກ້ຈະສູນພັນ ແລະ ປະຊາກອນຂອງມັນຍັງເຫຼືອໜ້ອຍ, ກຳລັງປະເຊີນຫນ້າກັບບັນຫາໄພຂົ່ມຂູ່ ຫລາຍໆຢ່າງທີ່ຮ້າຍແຮງໃນ ສປປ ລາວ. ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ແມ່ນໜຶ່ງໃນ 2 ຫລື 3 ແຫ່ງຂອງປ່າສະຫງວນແຫ່ງຊາດໃນ ສປປ ລາວ ທີ່ຍັງມີປະຊາກອນເສືອໂຄ່ງຫລົງ ເຫືຼອຢູ່ໃນປະຈຸບັນ. (ຊະນິດຫວງຫ້າມ)

 

 
 

 
 


ເສືອໂຄ່ງ

ເສືອໂຄ່ງໂຕຜູ້ໃຫ່ຍເຕັມໄວຢູ່ເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໃນເດືອນພະຈິກ (11) ປີ 2005. ເພື່ອຄວາມຢູ່ລອດເສືອໂຄ່ງໂຕໜື່ງຕ້ອງກິນອາຫານຢ່າງໜ້ອຍກວາງໃຫ່ຍຫຼືໝູປ່າໂຕໜຶ່ງ( 150) ກິໂລກຣາມຕໍ່ອາທິດ. ການຄ້າຂາຍສັດປ່າທີ່ເປັນອາຫານຂອງເສືອໂຄ່ງເຊັ່ນ ກວາງ, ໝູປ່າ, ກະທິງ, ກະດູກເສືອ, ໜັງເສືອແບບຜິດກົດໝາຍເພື່ອປຸງແຕ່ງເປັນຢານັ້ນເປັນ ໄພຂົ່ມຂູ່ຕໍ່ຄວາມຢູ່ລອດຂອງເສືອໂຄ່ງ

 

 
   
 

ເຖີງແມ່ນວ່າເສືອໂຄ່ງຍັງມີຢູ່ໃນ ສປປ ລາວ ແຕ່ຈຳນວນປະຊາກອນມີຫນ້ອຍສຸດ ແລະ ຫາເບິ່ງໄດ້ຍາກສຸດ. ເພື່ອນັບຈຳນວນປະຊາກອນເສືອໂຄ່ງນັກວິທະຍາສາດໄດ້ນຳໃຊ້ກ້ອງດັກຖ່າຍສັດ (ກ້ອງໂອໂຕມາຕິກ) ເພື່ອດັກຖ່າຍຮູບເສືອໂຄ່ງ ແລະນຳມາຈຳແນກແຕ່ລະໂຕ ໂດຍສົມທຽບລັກສະນະຂອງລາຍຕາມຕົນໂຕຂອງເສືອໂຄ່ງເພາະວ່າເສືອແຕ່ລະຕົວນັ້ນ ມີລາຍສະເພາະ ຂອງໃຜລາວຄືກັບລາຍມີຂອງຄົນນັກວິທະຍາສາດໄດ້ປະເມີນວ່າມີປະຊາກອນເສືອໂຄ່ງໜ້ອຍກ່ວາ 20 ໂຕ ຢູ່ເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ, ປະຈຸບັນລັດຖະບານໄດ້ຮ່ວມມືກັບ ອົງການອະນຸລັກສາກົນ ແລະປະຊາຊົນທ້ອງຖິ່ນເພື່ອເພີ່ມຈຳນວນປະຊາກອນຂອງເສືອໂຄ່ງ ໃຫ້ຫລາຍຂື້ນໃນໄລຍະສິບປີຕໍ່ໜ້າ.
 
 

 

 
 

ເສືອດາວ

ເສືອດາວເປັນເສືອຂະຫນາດໃຫ່ຍອັນດັບສອງຖັດຈາກເສືອໂຄ່ງທີ່ມີຢູ່ໃນ ສປປ ລາວ ເມື່ອກ່ອນຄິດວ່າມີຈຳນວນປະຊາກອນຫລາຍໄປທົ່ວທຸກໆແຫ່ງຂອງປະເທດ ແຕ່ຈາກການສຶກສາຂໍ້ມູນໃນປະຈຸບັນຖືວ່າເສືອດາວເປັນສັດທີ່ຫາຍາກ, ໄພຂົ່ມຂູ່ທີ່ມີຕໍ່ເສືອດາວ ໃນປະຈຸບັນໄດ້ແກ່, ການລ່າສັດປ່າທີ່ເປັນອາຫານຂອງມັນເພື່ອການຄ້າຂາຍເຊັ່ນ:(ກວາງ, ຟານ, ໝູປ່າ, ກະທິງ) ພ້ອມດ້ວຍການລ່າເພື່ອເອົາກະດູກ ແລະໜັງຂອງເສືອດາວເພື່ອນຳໄປປຸງແຕ່ງຢາ. (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ; ຊະນິດຫວງຫ້າມ)
 
 

 

 
 

ເສືອລາຍເມກ
 
 

 

 
 

ຮູບຄູ່ເສືອລາຍເມກທີ່ຫາເບີ່ງໄດ້ຍາກຢູ່ເຂດປ່າສະຫງວນແຫ່ງ ຊາດນ້ຳກະດິງ,ອາດເປັນແມ່ກັບ ລູກ. ກົດໝາຍແຫ່ງຊາດວ່າດ້ວຍສັດນ້ຳສັດປ່າ ໄດ້ກຳນົດເອົາເສືອຊະນິດນີ້ເປັນສັດປະເພດຫວງຫ້າມ ແລະການຂ້າເສືອຊະນິດນີ້ຢູ່ໃສກໍຕາມໃນປະເທດລາວຖືວ່າເປັນການກະທຳທີ່ຜິດກົດໝາຍ. ເສືອລາຍເມກເປັນຊະນິດທີ່ກຳລັງຕົກໃນສະພາບໄພຂົ່ມຂູ່ໄກ້ຈະສູນພັນເນື່ອງຈາກການສູນເສຍຖິ່ນທີ່ຢູ່ອາໃສ ແລະ ຖືກລ່າເພື່ອເອົາໜັງ, ເປັນຕະກູນເສືອທີ່ໃຫ່ຍເປັນອັນດັບທີສາມຖັດຈາກ ເສືອໂຄ່ງ ແລະ ເສືອດາວ (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ; ຊະນິດຫວງຫ້າມ)
 
 

 

 
 

ເສືອໄຟ
ນີ້ຄືຮູບພາບການຢູ່ເປັນຄູ່ໂຕຜູ້ແລະໂຕແມ່ຂອງເສືອໄຟທີ່ຫາເບີ່ງໄດ້ຍາກຖືກຖ່າຍຮູບດ້ວຍກ້ອງ ໂອໂຕມາຕິກໃນ ແຂວງ ຫົວພັນ. ເປັນຊະນິດທີ່ຫາຍາກໃນຫຼາຍໆພາກຂອງ ສປປ ລາວ ແຕ່ຖືກຖ່າຍຮູບໄດ້ເປັນປະຈຳໃນປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ
 
 

 

 
 

ຊຸດຮູບພາບທີ່ຫນ້າມະຫັດສະຈັນສະແດງເຖິງພຶດຕິກຳການຈັບຄູ່ຂອງເສືອໄຟທີ່ຫາເບິ່ງໄດ້ຍາກ, ໂຕແມ່ຢູ່ທາງກາງ ແລະ ໂຕຜູ້ ຢູ່ຖັດອອກໄປ. (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ; ຊະນິດຫວງຫ້າມ)
 
 

 

 
 

ເສືອລາຍຫີນອ່ອນ
ຮູບຄູ່ຂອງເສືອລາຍຫີນອ່ອນທີ່ຫາຍາກ. ເສືອຊະນິດນີ້ບໍ່ຄ່ອຍຮູ້ດີໃນບ່ອນອື່ນໆອີກໃນອາຊີ, ອາດຈະພົບເຫັນຄັ້ງທຳອິດຢູ່ປ່າດົງດິບບ່ອນທີ່ມີຄວາມສູງກ່ວາ 1000 ແມັດ ຈາກລະດັບໜ້ານ້ຳທະເລໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ຂອງ ສປປ ລາວ.
 
 

 

 
 

ເສືອແມວ
ເສືອແມວ ເປັນສັດທີ່ມີຂະໜາດນ້ອຍສຸດໃນຕະກູນເສືອ, ມີນ້ຳໜັກ 3-‏5 ກິໂລກຣາມ, ອອກຫາກິນໃນ ເວລາກາງຄືນ, ສາມາດດຳລົງຊີວິດຢູ່ໄດ້ໃນປ່າຫຼາຍປະເພດ, ອາຫານແມ່ນຈຳພວກສັດລ້ຽງ ລູກດ້ວຍນົມຂະໜາດນ້ອຍ, ສັດເລືອຄານບາງຊະນິດ ແລະ ຈຳພວກແມງໄມ້. (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ)
 
ຂະໜາດຂອງ: ຈຳພວກເສືອ
 
     
 

 ການເບີ່ງໜ້າທຳອິດ.