ຄົນ

 
 


ເປັນເວລາຫລາຍໆພັນປີ ທີ່ມະນຸດໄດ້ລ່າສັດເພື່ອລ້ຽງຊີບ ແຕ່ໃນປະຈຸບັນວິທີການທີ່ລ່າສັດໄດ້ພັດທະນາຂື້ນມານຳໃຊ້ອຸປະກອນທີ່ທັນສະໄຫມເຊັ່ນ: ປືນ, ກັບເຫຼັກ ແລະ ລະເບີດ. ປັບປຸງເສັ້ນທາງເພື່ອສະດວກໃນການເຂົ້າໄປເຖິງປ່າ ແລະ ຜູ້ຄ້າຂາຍສາມາດສົງໄປທີ່ຕະຫຼາດກ່ອນທີ່ສັດເລົ່ານັ້ນຈະເນົ່າເໝັນ. ນັກລ່າສັດເພື່ອຄ້າຂາຍໄດ້ໃຊ້ເວລາເປັນເວລາດົນນານຢູ່ໃນປ່າຫ້າງແຮ້ວເປັນຈຳນວນມະຫາສານ ເພື່ອໃຫ້ໄດ້ສັດປ່າຕາມທີ່ຕ້ອງການ, ພວກເຂົາຖືເຂົ້າພຽງຖົງດຽວເຂົ້າປ່າແຕ່ຖືຖົງທີ່ໃສ່ສັດປ່າຫຼາຍໆຖົງອອກມາເພື່ອໄປຂາຍ. ນັກລ່າບໍ່ແມ່ນແຕ່ຄົນລາວເທົ່ານັ້ນແຕ່ຍັງແມ່ນນາຍພານຈາກປະເທດເພື່ອນບ້ານອີກນຳ. ຖ້າບໍ່ມີການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດຕໍ່ການ ຄ້າຂາຍສັດປ່າຈະເຮັດໃຫ້ສັດປ່າໃນ ສປປ ລາວຫມົດໄປຢ່າງຊິ້ນເຊີງໃນທີ່ສຸດ.