ຈຳພວກສັດທີ່ລ້ຽງລູກດ້ວຍນົມ


 
 


 
 


ຄ່າງແວ່ນຖີ່ນເໝືອ
ຄ່າງແວ່ນຖີ່ນເໜືອ ສາມາດພົບເຫັນໄດ້ຫລາຍແຫ່ງຕັ້ງແຕ່ ປະເທດ ອິນເດຍ ຈົນຮອດປະເທດ ຫວຽດນາມພວກມັນອາໃສກິນໃບໄມ້ພຽງແຕ່ສອງສາມຊະນິດເທົ່ານັ້ນ ແລະ ບໍ່ສາມາດດຳລົງຊີວິດໄດ້ໃນສະພາບທີ່ມີຄວາມຫຍຸ້ງຍາກໃນການຊອກຫາອາຫານ. ການສູນເສຍທີ່ຢູ່ອາໃສ ແລະ ການ ລ່າ. ໃນປະຈຸບັນປະຊາກອນຄ່າງຫລຸດໜ້ອຍຖອຍລົງຍັງເຫຼືອພຽງຈຳນວນໜ້ອຍດຽວ.(ສັດຫວງຫ້າມຂອງເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ)

 

 
 
 
 


ລີງກັງ
ລີງເປັນສັດລ້ຽງລູກດ້ວຍນົມທີ່ພົບເຫັນທົ່ວໄປໃນ ສປປ ລາວ, ປະຊາກອນລີງໄດ້ຫລຸດລົງຍ້ອນການລ່າສັດເພື່ອເອົາມາລ້ຽງ ແລະກິນເປັນອາຫານຫຼາຍຂອບເຂດ. ລີງກັງມີລັກຊະນະເດັ່ນທີ່ຄື: ມີຫາງສັ້ນງໍ ແລະມີຂົນສີດຳຢູ່ກາງຫົວ,ລີງກັງດຳລົງຊີວິດໃນປ່າຫຼາຍປະເພດລວມທັງປ່າເຊື່ອມໂຊມ. ຖ້າວ່າບໍ່ຖືກລົບກວນລີງຊະນິດນີ້ດຳລົງຊີວິດຕາມໜ້າດິນແຕ່ຈະຂື້ນຕົ້ນໄມ້ບາງຄັ້ງຄາວ. (ເປັນສັດຄຸ້ມຄອງຂອງເຂດປ່າສະຫງວນແຫ່ງຊາດ ນ້ຳກະດິງ)

 

 
 

 
 


ລີງດິນ
ລີງດິນ ແຕກຕ່າງຈາກລີງຊະນິດອື່ນໆ ເພາະມີຫາງສັ້ນທີ່ສຸດຈົນເບີ່ງຄ້າຍກັບວ່າບໍ່ມີຫາງ, ອາໃສໃນປ່າເຂດສູງຂອງ ສປປລາວ, ສາມາດຫາອາຫານມີຫຼາຍປະເພດໂດຍຫາກິນຕາມດິນເປັນ ຫຼັກ, ອາຫານຫຼັກຂອງສັດຊະນິດນີ້ໄດ້ແກ່ ເມັດພືດ, ໝາກໄມ້, ແມງໄມ້ ແລະ ສັດຂະໜາດນ້ອຍ. (ເປັນສັດຄຸ້ມຄອງຂອງເຂດປ່າສະຫງວນແຫ່ງຊາດ ນ້ຳແອດ - ພູເລີຍ)

 

 
 

 
 


ລີງແດງ
ລີງແດງ (ລີງວອກ), ມີຫາງສັ້ນ, ມີຂົນຈຸກຢູ່ກາງຫົວທີ່ເປັນລັກຊະນະສະເພາະ, ມັກອາໃສໃນປ່າເຂດສູງ, ໂດຍຫາກິນເທິງຕົ້ນໄມ້ເປັນຫຼັກແຕ່ຈະລົງດິນເພື່ອຫຼົບຫຼີກຈາກສັດໄລ່ລ້າ (ເປັນສັດຄຸ້ມຄອງຂອງເຂດປ່າສະຫງວນແຫ່ງຊາດ ນ້ຳກະດິງ)

 

     
 

 ການເບີ່ງໜ້າທຳອິດ.