ຈຳພວກສັດອື່ນໆ


 
 

 
 


ລິ່ນ
ໂຕລິ່ນ ມີເກັດຫຸ້ມເກືອບທົ່ວຕົນໂຕ, ເກັດຂອງມັນເຊື່ອກັນວ່າເປັນຢາປົວພະຍາດທີ່ມີສັບພະຄຸນສູງ ດ້ວຍເຫດນີ້ ໂຕລິ່ນຈິ່ງຖືກຈັບ ແລະ ຄ້າຂາຍຢ່າງໜັກໜ່ວງ. ປະຈຸບັນປະຊາກອນຂອງມັນ ຫລຸດລົງຢ່າງຫນ້າເປັນຫ່ວງ ເກືອບວ່າ 90%, ຕົກໃນສະຖານນະພາບໄກ້ຈະສູນພັນ, ຮູບນີ້ໄດ້ຖືກຖ່າຍດ້ວຍກ້ອງດັກຖ່າຍຮູບສັດປູ່ເຂດປ່າສະຫງວນແຫ່ງຊາດນ້ຳກະດິງເຊິ່ງໃຊ້ເວລາຫລາຍ ກວ່າພັນໆຊົ່ວໂມງທີ່ຕັ້ງກ້ອງຢູ່ໃນປ່າ [ ເຂດປ່າສະຫງວນແຫ່ງຊາດນ້ຳກະດິງ; ເປັນສັດຫວງຫ້າມ]

 

 
 
 
 


ຈຳພວກສັດທີ່ມີຂະໜາດນ້ອຍ
ກ້ອງຖ່າຍຮູບໂອໂຕມາຕິກ ຫລື ກ້ອງດັກຖ່າຍຮູບສັດປ່າ ແມ່ນເປັນອຸປະກອນຊະນິດຫນຶ່ງທີ່ນັກວິທະຍາສາດນຳໃຊ້ຢ່າງກ້ວາງຂວາງເພື່ອປະເມີນການປ່ຽນແປງຈຳນວນປະຊາກອນ ຫລື ຄວາມອຸດົມສົມບູນຂອງສັດປ່າ ແລະ ປະເມີນການກະຈາຍພັນຂອງສັດປ່າໃນພື້ນທີ່ປ່າແຫ່ງໃດຫນຶ່ງ. ຮູບທຳອິດທີ່ນັກວິທະຍາສາດກຳລັງຍົກມືຂື້ນນັ້ນ ແມ່ນການທົດສອບການເຮັກວຽກ ຂອງກ້ອງແລະ ເພື່ອກຳນົດເລກຫມາຍຂອງຟິມຖ່າຍຮູບແຕ່ລະອັນ, ສຳລັບຮູບຕໍ່ຈາກນັ້ນໄປແມ່ນສະແດງ ເຖິງສິ່ງທີ່ຜ່ານໜ້າກ້ອງໃນຂະນະທີ່ກ້ອງຕິດຕັ້ງເຮັດວງກຢູ່ໃນປ່າເປັນເວລາ 30 ວັນ ຢູ່ທີ່ເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ.

 

 
     
 

 ການເບີ່ງໜ້າທຳອິດ.