ຈຳພວກໄກ່ຂວາ


 
 


 
 


ໄກ່ຂວານິນ
ບັນດາຮູບເລົ່ານີສະແດງໃຫ້ເຫັນຈຳພວກໄກ່ຂວານິນຫຼາຍກຸ່ມ, ໂຕແມ່ຈະມີສີເທົາ ສ່ວນໂຕຜູ້ມີສີນ້ຳຕານ, ສັດຊະນິດນີ້ພົບເຫັນຢູ່ປ່າຂອງພາກພື້ນອິນໂດຈີນ ແລະ ປະເທດໄທເທົ່ານັ້ນ. ສຳລັບໃນ ສປປ ລາວ ສັດດັງກ່າວຖືກລ່າໂດຍໄສ່ແຮ້ວ ແລະ ເອົາໄປຂາຍຕາມຕະຫຼາດເປັນຈຳນວນຫລວງຫລາຍ [ເປັນສັດຄຸ້ມຄອງຂອງເຂດປ່າສະຫງວນແຫ່ງຊາດນ້ຳກະດິງ]

 

 
 


 
 


ໄກ່ຂວາ
ໄກ່ຂວາ ຫຼື ວ່າໄກ່ຂວາຫຼັງຂາວແມ່ນໜຶ່ງໃນຈຳນວນໄກ່ທີ່ພົບເຫັນເປັນປະຈຳຢູ່ປ່າດົງດິບເຂດສູງ ຂອງ ສປປ ລາວ ແຕ່ເບິ່ງລັກສະນະຄ້າຍຄືນົກຂະໜາດໃຫ່ຍທີ່ຫາກິນຕາມໜ້າດິນ, ສັດດັງກ່າວຖືກຈັບໄປຂາຍຕາມຕະຫຼາດ ແລະ ຮ້ານອາຫານ ເປັນຈຳນວນຫຼວງຫຼາຍ. [ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ; ເປັນສັດຫວງຫ້າມ]

 

 
   
 


ສັດປ່າເປັນຊັບສົມບັດອັນລ້ຳຄ່າຂອງໂລກທີ່ມີຄວາມສວຍງາມ ແຕ່ມີ່ຫຼາຍໆສີ່ງ ຫລາຍຢ່າງຢູ່ໃນປ່ານັ້ນບໍ່ສາມາດທີ່ຈະປົກປ້ອງພວກເຂົາເອງໄດ້ຕາມລຳພັງ, ພວກເຂົາເລົ່ານັ້ນຕ້ອງການຄວາມຊ່ວຍເຫລືອຈາກມະນຸດທຸກໆຄົນ, ທຸກໆອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຫລື ຫົວຫນ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆ ເພື່ອຊ່ວຍໃຫ້ເຂົາຢູ່ລອດຕະຫລອດໄປ. [ເປັນສັດຫວງຫ້າມຂອງເຂດປ່າສະຫງວນແຫ່ງຊາດນ້ຳກະດິງ]

 

 
   
   
 


ໄກ່ປ່າ
ໄກ່ປ່າ ແມ່ນໜຶ່ງໃນຈຳພວກໄກ່ຂວາທີ່ພົບເຫັນທົ່ວໆໄປໃນ ສປປ ລາວ ແລະ ເປັນກົກເຄົ້າກຳເນີດຂອງໄກ່ບ້ານ, ອາໃສໃນປ່າ ຫລື ປ່າໄກ້ກັບເຂດທີ່ມະນຸດຕັ້ງຖິ່ນຖານຢູ່ຖ້າບໍ່ມີການລ່າຢ່າງຫນັກຫນ່ວງ.

 

     
 

 ການເບີ່ງໜ້າທຳອິດ.