ຈຳພວກເຫັງນ


 
 

 
 


ເຫັງນແຜງຫາງກ່ານ ຊະນິດໃຫຍ່
ສປປ ລາວ ຈັດວ່າເປັນປະເທດທີ່ມີຄວາມສຳຄັນໃນລະດັບໂລກ ເພາະເປັນຖິ່ນທີ່ຢູ່ອາໃສ ຂອງຈຳພວກເຫັງນຫຼາຍຊະນິດ.ເຫັງນເປັນສັດລ້ຽງລູກດ້ວຍນົມທີ່ມີຂະໜາດນ້ອຍເຖິງຂະໜາດກາງ, ມີນ້ຳໜັກ 5-20 ກລ, ອອກຫາກິນໃນເວລາກາງຄືນ. ຮູບທີ່ສະແດງນີ້ແມ່ນຊະນິດເຫັງນແຜງຫາງກ່ານ. ອີງຕາມກົດຫມາຍແຫ່ງຊາດຈຳພວກເຫງັນແມ່ນອະນຸຍາດໃຫ້ລ່າມາກິນເປັນອາຫານໃນ
ຄອບຄົວໄດ້ແຕ່ບໍ່ອະນຸຍາດໃຫ້ລ່າເພື່ອການຊື້-ຂາຍເປັນສິນຄ້າ. [ນ້ຳແອດ-ພູເລີຍ; ຊະນິດຄູ້ມຄອງ].

 

 
 


 
 


ເຫັງນມອງ

 

 
 

 
 


ເຫງັນອົ້ມທຳມະດາ

 

 
 
 
 


ເຫັງນແຜງຫາງກ່ານ ຊະນິດນ້ອຍ

 
 

ຮູບເລົ່ານີ້ສະແດງໃຫ້ເຫັນຮູບເຫັງນທັງສາມຊະນິດທີ່ແຕກຕ່າງກັນ (ແຕ່ເທິງລົງລຸ່ມ) ເຫງັນມອງ, ເຫງັນອົ້ມທຳມະດາ, ເຫັງນແຜງຫາງກ່ານ ຊະນິດນ້ອຍ. ບັນດາເຫັງນເລົ່ານີ້ມັກດຳລົງຊີວິດຢູ່ເທິງຕົ້ນໄມ້ເປັນສ່ວນໃຫ່ຍ, ອາຫານຂອງພວກມັນໄດ້ແກ່ໝາກໄມ້
 
 

 


 
 


ເຫັງນອີ່ຕັ້ນ ຫລື ເຫັງນເຂົາ
ຮູບເຫງັນອີຕັ້ນ ຫຼື ເຫັງນເຂົາ ຖ່າຍຮູບໄດ້ເທື່ອທຳອິດຢູ່ທີ່ເຂດປ່າສະຫງວນແຫ່ງ ຊາດນ້ຳແອດ-ພູເລີຍ ເມື່ອ ເດືອນ ເມສາ ປີ 2003, ເປັນຊະນິດທີ່ຮູ້ກັນໃນສະເພາະ ປະເທດລາວ, ຈີນ ແລະ ຫວຽດນາມເທົ່ານັ້ນ. ນອກຈາກເຂດນີ້ ເຫງັນອີ່ຕັ້ນຍັງມີຢູ່ ແຂວງ ຄຳມ່ວນ ຕາມຊາຍແດນລາວ-ຫວຽດນາມ [ຊະນິດຄູ້ມຄອງ].

 

 
 
 
 


ເຫງັນຫາງກ່ານ
ເຫັງນຫາງກ່ານມີຂະນາດມີນ້ຳໜັກໜ້ອຍກ່ວາ 5 ກລ ເຊິ່ງເປັນຊະນິດທີ່ນ້ອຍສຸດ ແລະ ຫາຍາກ ໃນບັນດາຕະກູນເຫັງນ ທີ່ມີໃນ ສປປ ລາວ[ຊະນິດຄູ້ມຄອງ].

 

 
 

 
 


ເຫັງນຫາງຂໍ ຫລື ເຫັງນໝີ
ເຖິງວ່າເຫັງນໝີ ຫຼືວ່າ ເຫັງນຫາງຂໍ.ອາໄສຢູ່ເທິງຕົ້ນໄມ້ເປັນ ສ່ວນໃຫ່ຍແຕ່ບາງຄັ້ງກໍ່ລົງຍ່າງຕາມ ດິນແຕ່ໂຊກດີທີ່ຜ່ານໜ້າກ້ອງຂອງພວກເຮົາຢູ່ເຂດປ່າສະຫງວນ ແຫ່ງຊາດນ້ຳກະດິງ, ເຫັງນຫາງ ຂໍມີນ້ຳໜັກເຖິງ 20 ກລ ໃຫ່ຍທີ່ສຸດໃນຕະກູນເຫັງນ, ອອກຫາກິນໃນເວລາກາງຄືນ ແລະ ນອນເທິງ

 

 
     
 

 ການເບີ່ງໜ້າທຳອິດ.