ບັນດາຮູບພາບທີ່ນຳມາວາງສະແດງໃນງານນີ້ແມ່ນຖືກຖ່າຍດ້ວຍກ້ອງດັກຖ່າຍຮູບສັດ ຫລືຮຽກກັນວ່າກ້ອງໂອໂຕມາຕິກທີ່ນັກວິທະຍາສາດໄດ້ໃຊ້ເພຶ່ອກວດກາຕິດຕາມການປ່ຽນແປງ ຄວາມອຸດົມສົມບູນຂອງສັດປ່າ ແລະ ທັງຫມົດຮູບພາບເລົ່ານີ້ແມ່ນໃຊ້ເວລາຕັ້ງຫຼາຍເດືອນຢູ່ໃນ ປ່າ. ຜົນການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ ສັດປ່າໃນ ສປປ ລາວ ກຳລັງຫລຸດໜ້ອຍຖອຍລົງຢ່າງຫນ້າເປັນຫ່ວງ ເນື່ອງມາຈາກການລ່າສັດປ່າເກີນຂອບເຂດ ແລະ ການຄ້າ-ຂາຍສັດປ່າແບບຜິດກົດໝາຍ.

ກົດໝາຍແຫ່ງຊາດ ວ່າດ້ວຍ ສັດນ້ຳ-ສັດປ່າ ໄດ້ແບ່ງສັດອອກເປັນສອງກຸ່ມໃຫຍ່ຄື: ສັດປ່າຊະນິດ ສັດຫວງຫ້າມ ແລະ ຊະນິດສັດຄຸ້ມຄອງ. ຊະນິດສັດຫວງຫ້າມນັ້ນບໍ່ໄດ້ອະນຸຍາດໃຫ້ຂ້າ ເຊັ່ນ: ເສືອໂຄ່ງ, ຊ້າງ ແລະ ໝີ ເພາະເປັນຊະນິດທີ່ຫາຍາກໃນທຳມະຊາດ. ຊະນິດສັດຄຸ້ມຄອງເຊັ່ນ:  ໝູປ່າ ແລະ ກວາງເປັນຊະນິດທີ່ແຜ່ພັນຢູ່ເລື້ອຍໆ ສະນັ້ນປະຊາຊົນທ້ອງຖິ່ນສາມາດລ່າມາເປັນອາຫານໄດ້ຖືກກັບລະບຽບການຄຸ້ມຄອງຈັດສັນທີ່ລັດຖະບານວາງອອກ, ໃນນີ້ກົດໝາຍຍັງໄດ້ເວົ້າອີກວ່າທຸກໆການຄ້າ-ຂາຍສັດປ່າຖືວ່າເປັນການກະທຳທີ່ຜິດກົດໝາຍ.

ດັ່ງນັ້ນຖ້າຫາກທ່ານພົບເຫັນການຄ້າ-ຂາຍສັດປ່າຢູ່ທ້ອງຕາມຕະຫຼາດ ແລະ ຮ້ານອາຫານໃນ ສປປ ລາວຖືວ່າເປັນສິ່ງທີ່ຜິດກົດຫມາຍ. ຖ້າທ່ານຊື້ສັດປ່າ ນັ້ນໝາຍເຖິງທ່ານກຳລັງສົ່ງເສີມໃຫ້ສັດປ່າໃນ ສປປ ລາວໃຫ້ດັບສູນແລະ ທັງເປັນການສົ່ງເສີມຄວາມທຸກຍາກຂອງປະຊາຊົນເຂດ
ຊົນນະບົດເພາະວ່າພວກເຂົາເລົ່ານັ້ນອາໃສແຕ່ສັດປ່າຊະນິດຄຸ້ມຄອງເລົ່ານັ້ນເພື່ອລ້ຽງຊີບປະຈຳວັນ. ແມ່ນຫຍັງທີ່ພວກທ່ານສາມາດຊ່ວຍໄດ້ເພື່ອລົບລ້າງຄວາມທຸກຍາກ ແລະ ສົ່ງເສີມການອະ ນຸລັກສັດປ່າໃນ ສປປ ລາວ ໂດຍແບບງ່າຍໆ?.ທ່ານສາມາດເຮັດສິ່ງເລົ່າ ນັ້ນໄດ້ກໍຄືຕ້ອງປະຕິບັດຕາມລະບຽບກົດໝາຍ ບໍ່ຊື້ ແລະ ບໍ່ຂາຍສັດປ່າ.

ງານວາງສະແດງຮູບພາບເປັນໂຄງການຮ່ວມມືລະຫ່ວາງກົມປ່າໄມ້ ແລະ ອົງການອະນຸລັກສັດປ່າ ທີ່ເຮັດວຽກຮ່ວມກັບປະຊາຊົນທ້ອງຖິ່ນ ເພື່ອຊ່ວຍກັນຄຸ້ມຄອງຈັດສັນ ແລະ ປົກປັກຮັກສາສັດປ່າ ຢູ່ເຂດປ່າສະຫງວນນ້ຳກະດິງ ແຂວງ ບໍລິຄຳໄຊ, ເຂດປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ.  ງານວາງສະແດງຮູບພາບ ກຳ ລັງຈະສະແດງໄປທົ່ວປະເທດຕາມບັນດາໂຮງຮຽນແຫ່ງຕ່າງໆນີ້ແມ່ນ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດໄຟຟ້າ ນ້ຳເທີນ-ຫີນບູນ,ທັງນີ້ກໍ່ມີເປົ້າຫມາຍແນໃສ່ເພື່ອເຊີນຊວນໃຫ້ສາທາລະນະຊົນຫັນມາສົນໃຈຊັບພະຍາກອນສັດປ່າທີ່ມີຄຸນຄ່າສູງຢູ່ໃນ ສປປ ລາວ ແລະ ພ້ອມທັງຮັບຮູ້ບັນຫາການລ່າສັດ ແລະ ການຄ້າຂາຍສັດປ່າ ເປັນໄພຂົມຂູ່ທີ່ຈະນຳໄປ ສູ່ການດັບສູນ.