ຈຳພວກສັດຕີນກີບ


 
 

 
 


ຊ້າງ
ຮູບຊ້າງ ທີ່ກຳລັງຍ່າງຜ່ານກ້ອງໃນຕອນເຊົ້າມືດ ຢູ່ເຂດປ່າສະຫງວນແຫ່ງຊາດ ນ້ຳກະດິງ. ສປປ ລາວ ຂື້ນຊື່ລືນາມວ່າ ເປັນປະເທດລ້ານຊ້າງ ແຕ່ປະຊາກອນຊ້າງຍັງເຫຼືອໜ້ອຍກ່ວາ 700 ໂຕໃນປະຈຸບັນ ແລະ ກຳລັງປະເຊີນກັບໄພຂົ່ມຂູ່ຢ່າງຮ້າຍແຮງຍ້ອນການຂ້າຊ້າງ ແລະ ການຄ້າ - ຂາຍງາຊ້າງແບບຜິດກົດໝາຍ [ຊະນິດຫວງຫ້າມ]

 

 
   
 


ຮູບຊ້າງນ້ອຍ ຖືກຖ່າຍດ້ວຍກ້ອງໂອໂຕມາຕິກ ຂະນະທີ່ກຳລັງຍ່າງຕາມຫລັງແມ່ມັນ ໃນເຂດປ່າສະຫງວນແຫ່ງຊາດນ້ຳກະດິງ, ນີ້ຄືຫັຼກຖານການສືບພັນຂອງຊ້າງນັ້ນຖືວ່າເປັນຂ່າວດີສຳລັບເຂດ ພື້ນທີ່ປ່າສະຫງວນ.

 

 
 


 
 


ກະທິງ
ກະທິງເປັນສັດທີ່ມີຂະໜາດໃຫ່ຍທີ່ສຸດ ຂອງພວກສັດໃນຕະກູນ ງົວ-ຄວາຍ, ມີນ້ຳໜັກເຖິງ 1500 ກລ. ສັດເລົ່ານີ້ຖືກລັກລອບຂ້າ ເພື່ອເອົາບີ ແລະ ເຂົາໄປຂາຍເປັນສິນຄ້າເພາະມີຄວາມເຊື່ອກັນວ່າເປັນຢາທີ່ມີຄຸນນະພາບ, ຜົນຈາກການຄ້າ-ຂາຍ ທີ່ຜິດກົດໝາຍເຮັດໃຫ້ປະຊາກອນ ກະທິງຫຼຸດລົງ ແລະ ຕົກໃນສະພາບໄພຂົ່ມຂູ່ຢ່າງໜັກໝ່ວງ. [ນ້ຳແອດ- ພູເລີຍ; ສັດປະເພດຫວງຫ້າມ]

 

 
 

 
 


ຮູບກະທິງ ແມ່-ລູກ ທີ່ກຳລັງຍ່າງມາກິນດິນປຸ່ງເວລາກາງຄືນໃນເຂດປ່າສະຫງວນແຫ່ງຊາດນ້ຳກະດິງ. ຄືຫັຼກຖານການສືບພັນຂອງກະທິງ ນັ້ນຖືວ່າເປັນຂ່າວດີສຳລັບເຂດພື້ນທີ່ປ່າສະຫງວນ. ໃນເຂດປ່າສະຫງວນດັ່ງກ່າວ. [ເປັນສັດຫວງຫ້າມຂອງເຂດປ່າສະຫງວນແຫ່ງຊາດ ນ້ຳກະດິງ]

 

 
 
 
 


ກວາງ
ຮູບກວາງຜູ້ໃຫ່ຍເຕັມໄວ ທີ່ກຳລັງຍ່າງເຂົ້າໄປຫາປຸ່ງດ້ວຍຄວາມລະມັດລະວັງໃນເວລາກາງຄືນ. ດິນໃນປຸ່ງນັ້ນມີຄວາມອຸດົມສົມບູນໄປດ້ວຍ ເກືອ ແລະ ແຮ່ທາດ ທີ່ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງສັດປ່າ. ການທີ່ສັດປ່າເຂົ້າມາກິນດິນປຸ່ງ ແມ່ນມີຄວາມຊ່ຽງຫລາຍຕໍການ ຖືກລ່າຈາກນາຍພານ.

 

 
 


 
 


ຟານ
ໃນ ສປປ ລາວ ມີຟານຫຼາຍຊະນິດທີ່ແຕກຕ່າງກັນ, ໃນນັ້ນຟານແດງຍັງມີຄວາມອຸດົມສົມບູນທີ່ສຸດ. ຟ່ານຊະນິດນີ້ເມື່ອເວລາຕື່ນຕົກໃຈ ມັກສົ່ງສຽງຮ້ອງດັງໄປທັ່ວປ່າ ຫຼື ເອີ້ນກັນວ່າ ຟານໂຜ່. ໂຕຜູ້ຈະມີເຂົາສີຂາວຢູ່ພາກສ່ວນປາຍເຂົາທັດຈາກພາກສ່ວນກົກເຂົາທີ່ປົກຫຸ້ມດ້ວຍຂົນ. [ເປັນສັດຄຸ້ມຄອງຂອງເຂດປ່າສະຫງວນ ແຫ່ງຊາດ ນ້ຳກະດິງ]

 

 
   
 


ຟານແດງ ອີງຕາມກົດໝາຍວ່າດ້ວຍ ສັດນ້ຳ-ສັດປ່າ ໄດ້ອະນຸຍາດໃຫ້ປະຊາຊົນທ້ອງຖິ່ນລ່າໄດ້ ໃນຈຳນວນຈຳກັດພາຍ ໃນຂອບເຂດບ້ານຂອງຕົນທີ່ກຳນົດໄວ້ໃນແຕ່ລະປີ ເພື່ອນຳມາເປັນອາ ຫານກິນໃນຄອບຄົວແຕ່ບໍ່ອະນຸຍາດໃຫ້ຂາຍໄປສູ່ຕະຫຼາດ ແລະ ຮ້ານອາຫານ, ຖ້າຫາກທ່ານຊື້ ຊີ້ນຟານຢູ່ຕະຫຼາດມາກິນນັ້ນກໍໝາຍເຖິງທ່ານກຳລັງລະເມີດກົດໝາຍ ແລະ ສົ່ງເສີມຄວາມທຸກຍາກເພາະຊີ້ນສັດປ່າ ເລົ່ານັ້ນມີຄວາມສຳຄັນສຳລັບການຄ້ຳປະກັນທາງດ້ານສະບຽງອາຫານຂອງປະຊາຊົນທ້ອງຖິ່ນ (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ)

 

 
 


 
 


ໄກ້
ໄກ້ ເປັນສັດຕີນກີບຂະໜາດນ້ອຍເຊິ່ງມີນ້ຳໜັກໜ້ອຍກ່ວາ 4 ກລ, ກົດໝາຍແຫ່ງຊາດວ່າດ້ວຍ. ສັດປ່າໄດ້ອະນຸຍາດໃຫ້ປະຊາຊົນທ້ອງຖິ່ນ ສາມາດລ່າມາເປັນອາຫານໃນຄອບຄົວໄດ້ແຕ່ຖ້າຄ້າ ຂາຍໃນຕະຫຼາດຖືວ່າຜິດກົດໝາຍ.

ຂະໜາດຂອງ: ຈຳພວກກວາງ-ຟານ

 
 


 
 


ໝູປ່າ
ໃນ ສປປ ລາວ ສາມາດພົບເຫັນໝູປ່າຢູ່ທົ່ວໆໄປ ແລະ ເປັນເຫຍື່ອສຳຄັນສຳລັບຕະກູນເສືອປ່າທີ່ມີຂະໜາດໃຫ່ຍຫຼາຍຊະນິດເຊັ່ນວ່າ: ເສືອໂຄ່ງ ແລະ ເສືອດາວ. ໝູປ່າອອກລູກເທື່ອຫນຶ່ງໄດ້ ຫຼາຍໂຕ ສາມາດເປັນແຫ່ລງອາຫານທີ່ສຳຄັນຂອງຊາວຊົນນະບົດ ຖ້າຫາກມີການຄຸ້ມຄອງການນຳໃຊ້ຢ່າງຖືກວິທີ, ເນື່ອງຈາກເປັນສັດຄຸ້ມຄອງໃນກົດຫມາຍຫມູປ່າສາມາດໃຫ້ປະຊາຊົນທ້ອງ ຖິ່ນລ່າມາເປັນອາຫານໃນຄອບຄົວໄດ້ແຕ່ບໍ່ອະນຸຍາດໃຫ້ຄ້າຂາຍໄປສູ່ຕະຫຼາດ ແລະ ຮ້ານອາຫານເພາະມັນເປັນຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ.

 

 
 


 
 


ເຍືອງ
ເຍືອງ ເປັນສັດມີເຂົາທັງໂຕຜູ້ ແລະ ໂຕແມ່ ທີ່ຢູ່ໃນຕະກຸນດຽວກັບ ແບ້ ທີ່ມີຖິ່ນກຳເນີດໃນສະເພາະ ປະເທດ ຈີນ,ມຽນມ້າ, ລາວ ແລະ ກຳປູເຈຍເທົ່ານັ້ນ. ໃນຊຸມປີ1940 ເຍືອງ ມີປະຊາກອນ ຈຳນວນຫລວງຫລາຍ ແລະ ພົບເຫັນທົ່ວໄປຕາມເຂດພູສູງ, ຜາຫີນປູນ ໃນ ສປປ ລາວ ແຕ່ເນື່ອງຈາກວ່າທຸກຊິ້ນສ່ວນອະໄວຍະວະຂອງຮ່າງກາຍເຍືອງເຊື່ອກັນວ່າເປັນຢາປົວພະຍາດທີ່ມີສັບພະຄຸນສູງ ເຍືອງຈິ່ງຖືກລ່າເພື່ອຄ້າຂາຍໃນຊ່ວງ 10 ປີ ຜ່ານມາ ແລະ ເປັນສາຍເຫດເຮັດໃຫ້ປະຊາ ກອນຂອງມັນຫລຸດລົງຢ່າງຫນ້າເປັນຫ່ວງ. (ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ; ເປັນສັດປະເພດຫວງຫ້າມ)

 
     
 

 ການເບີ່ງໜ້າທຳອິດ.