ຈຳພວກສັດເລັມແຫ້ນ


 
 


 
 


ເໝັ້ນ
ເໝັ້ນ ເປັນສັດທີ່ດຳລົງຊີວິດຢູ່ເປັນກຸ່ມ ແລະ ອອກຫາກິນໃນເວລາກາງຄືນ, ຂົນແຂງຊີ້ ທົ່ວຕົນໂຕ ນັ້ນແມ່ນໃຊ້ເພື່ອປົກປ້ອງຕົນເອງຈາກສັດນັກລ່າ. ເໝັ້ນເປັນຊະນິດສັດທີ່ມີຄວາມສຳຄັນສຳລັບການດຳລົງຊີວິດຂອງປະຊາຊົນ, ປະຈຸບັນມີການຄ້າຂາຍໄປຍັງຟາມລ້ຽງເໝັ້ນຢ່າງໜັກໜ່ວງ ເພື່ອສະໜອງຊີ້ນໄປສູ່ຕະຫລາດ ຫລື ຮ້ານອາຫານເຊີ່ງເປັນສາຍເຫດເຮັດໃຫ້ປະຊາກອນເຫມັ້ນ ຫລຸດໜ້ອຍຖອຍລົງໃນປະຈຸບັນຢ່າຫນ້າວິຕົກ. [ນ້ຳແອດ- ພູເລີຍ]

 

 
 
 
 


ຫອນ
ໂຕຫອນ ມີຫາງເປັນພວງສີຂາວທີ່ປາຍ, ຕອນກາງເວັນມັກດຳລົງຊີວິດຢູ່ຕາມຮູຖ້ຳໃນປ່າ ອອກຫາກິນໃນເວລາກາງຄືນ, ອາຫານໄດ້ແກ່ ຮາກໄມ້, ໝາກໄມ້ ແລະ ເປືອກໄມ້.

 

 
 
 
 


ກະຮອກແກ້ມແດງ ແລະ ກະແຕ
ຮູບພາບເລົ່ານີ້ ໄດ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງກັນລະຫວ່າງສັດລ້ຽງລູກດ້ວຍນົມດ້ວຍກັນ ໃນຂະນະທີ່ກຳລັງຍ່າງຕາມຫ່ອມຜາຫີນ ຜ່ານໜ້າກ້ອງຖ່າຍສັດໂອໂຕມາຕິກທີ່ຕິດຕັ້ງໄວ້ໃນປ່າ ເປັນເວລາ 30 ວັນ. ໃນຊຸດຮູບພາບນີ້ທ່ານສາມາດເຫັນໂຕຫອນ, ກະຮອກແກ້ມແດງ ແລະ ກະແຕ ບໍ ? [ເຂດປ່າສະຫງວນແຫ່ງຊາດນ້ຳກະດິງ: ເປັນປະເພດສັດຄຸ້ມຄອງ]

 

 
     
 

 ການເບີ່ງໜ້າທຳອິດ.