ງານວາງສະແດງຮູບພາບນີ້ແມ່ນໄດ້ຈັດຂື້ນເພື່ອສະແດງໃຫ້ເຫັນຮູບພາບຂອງສັດປ່າທີ່ຫາຍາກ ແລະ ສ່ຽງຕໍ່ການສູນພັນ ທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກການຊື້-ຂາຍສັດປ່າທີ່ ຜິດກົດໝາຍ ບັນດາຮູບພາບເລົ່ານີ້ ແມ່ນຖືກຖ່າຍໄດ້ຢູ່ເຂດປ່າສະຫງວນແຫ່ງຊາດສອງແຫ່ງຂອງ ສປປ ລາວ ຄື: ປ່າສະຫງວນແຫ່ງຊາດນ້ຳກະດິງ ແລະ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໂດຍນັກວິທະຍາສາດໄດ້ນຳໄຊ້ກ້ອງດັກຖ່າຍສັດ ຫລື ເອີ້ນວ່າ: ກ້ອງໂອໂຕມາຕິກ ທີ່ໄດ້ໃຊ້ເພຶ່ອກວດກາຕິດຕາມການປ່ຽນແປງ ຄວາມອຸດົມສົມບູນຂອງສັດປ່າ ແລະ ທັງຫມົດຮູບພາບເລົ່ານີ້ແມ່ນໃຊ້ເວລາຕັ້ງຫຼາຍເດືອນຢູ່ໃນປ່າ. ຜົນການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ ສັດປ່າໃນ ສປປ ລາວ ກຳລັງຫລຸດໜ້ອຍຖອຍລົງຢ່າງຫນ້າເປັນຫ່ວງ ເນື່ອງມາຈາກການລ່າສັດປ່າເກີນຂອບເຂດ ແລະ ການຄ້າ-ຂາຍສັດປ່າແບບຜິດກົດໝາຍ.

ກົດໝາຍແຫ່ງຊາດ ວ່າດ້ວຍ ສັດນ້ຳ-ສັດປ່າ ໄດ້ແບ່ງສັດອອກເປັນສອງກຸ່ມໃຫຍ່ຄື: ສັດປ່າຊະນິດສັດຫວງຫ້າມ ແລະ ຊະນິດສັດຄຸ້ມຄອງ. ຊະນິດສັດຫວງຫ້າມນັ້ນບໍ່ໄດ້ອະນຸຍາດໃຫ້ຂ້າ ເຊັ່ນ: ເສືອໂຄ່ງ, ຊ້າງ ແລະ ໝີ ເພາະເປັນຊະນິດທີ່ຫາຍາກໃນທຳມະຊາດ. ຊະນິດສັດຄຸ້ມຄອງເຊັ່ນ: ໝູປ່າກວາງ, ຟານ ແລະ ໝູປ່າ ເປັນຊະນິດທີ່ແຜ່ພັນຢູ່ເລື້ອຍໆ ສະນັ້ນປະຊາຊົນທ້ອງ ຖິ່ນສາມາດລ່າມາເປັນອາຫານໄດ້ຖືກກັບ ລະບຽບການຄຸ້ມຄອງຈັດສັນທີ່ລັດຖະບານວາງອອກ, ໃນນີ້ກົດໝາຍຍັງໄດ້ເວົ້າອີກວ່າທຸກໆການຄ້າ-ຂາຍສັດປ່າ ລວມທັງການລ່າສັດປ່າທີ່ນຳໄຊ້ອາວຸດທີ່ທັນສະໄໝຈະນຳໄປສູ່ການລ່າແບບດັບສູນຖືວ່າເປັນການກະທຳທີ່ຜິດກົດໝາຍ.

 

 
   
 


ປະຊາຊົນເຂດທ້ອງຖີ່ນສ່ວນໃຫຍ່ຍັງດຳລົງຊີວິດໂດຍອີງອາໃສໃສ່ທຳມະຊາດເປັນສ່ວນໃຫຍ່ ເປັນຕົ້ນແມ່ນປ່າໄມ້ໂດຍສະເພາະແມ່ນ ອາຫານ, ຢາປົວພະຍາດ, ທີ່ພັກພາອາໃສ ແລະ ອຸປະກອນອື່ນໆ. ຕົວຢ່າງ: ຢູ່ເຂດປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ມີຜູ້ຄົນອາໃສຢູ່ໃນ ແລະ ອ້ອມແອ້ມເຂດປ່າສະຫງວນຫລາຍກວ່າ 30.000 ຄົນ ແຕ່ພວກເຂົາເລົ່ານັ້ນກຳລັງພົບກັບບັນຫາການລ່າສັດເພື່ອນຳມາຄ້າຂາຍ ດັ່ງນັ້ນບັນດາບ້ານຕ່າງໆທີ່ຢູ່ໃນ ແລະ ອ້ອມແອ້ມປ່າສະຫງວນ ຈຳເປັນຕ້ອງປະກອບສ່ວນເຂົ້າໃນການຄູ້ມຄອງປ່າໄມ້ ລວມໄປເຖິງສັດປ່າໃນເຂດບ້ານຂອງເຂົາເຈົ້າ ເພື່ອຮັບປະກັນວ່າ ໃນອານາຄົດພວກເຂົາຈະມີອາຫານກິນຢ່າງພຽງພໍ. ຕົວຢ່າງ ມີບ້ານຈຳນວນໜຶ່ງຢູ່ເຂດປ່າສະຫງວນ ນ້ຳກະດິງພວກເຂົາເຈົ້າເພີ່ມທະວີຄວາມເປັນເຈົ້າການໃນການຄູ້ມຄອງສັດປ່າ ແລະ ປ່າໄມ້ ທີ່ຢູ່ໃນ ແລະ ອ້ອມແອ້ມປ່າສະຫງວນ ເປັນວິທີທີ່ມີການຄູ້ມຄອງປ່າສະຫງວນແບບມີສ່ວນຮ່ວມ. ການທີ່ສາມາດເຮັດໃຫ້ປ່າສະຫງວນຢູ່ໄດ້ ແລະ ປະຊາຊົນສາມາດນຳໄຊ້ຜົນປະໂຫຍດຈາກປ່າແບບຍືນຍົງ ອັນນີ້ແມ່ນແນວທາງຂອງລັດຖະບານແຫ່ງ ສປປ ລາວ.

ດັ່ງນັ້ນຖ້າຫາກທ່ານພົບເຫັນການຄ້າ-ຂາຍສັດປ່າຢູ່ທ້ອງຕາມຕະຫຼາດ ແລະ ຮ້ານອາຫານໃນ ສປປ ລາວ ຖືວ່າເປັນສິ່ງທີ່ຜິດກົດຫມາຍ. ຖ້າທ່ານຊື້ສັດປ່າ ນັ້ນໝາຍເຖິງທ່ານກຳລັງສົ່ງເສີມໃຫ້ ສັດປ່າໃນ ສປປ ລາວໃຫ້ດັບສູນ ແລະ ທັງເປັນການສົ່ງເສີມຄວາມທຸກຍາກຂອງປະຊາຊົນເຂດ ຊົນນະບົດເພາະວ່າພວກເຂົາເລົ່ານັ້ນອາໃສແຕ່ສັດປ່າຊະນິດຄຸ້ມຄອງເລົ່ານັ້ນເພື່ອລ້ຽງຊີບປະຈຳວັນ. ແມ່ນຫຍັງທີ່ພວກທ່ານສາມາດຊ່ວຍໄດ້ເພື່ອລົບລ້າງຄວາມທຸກຍາກ ແລະ ສົ່ງເສີມການອະ ນຸລັກສັດປ່າໃນ ສປປ ລາວ ໂດຍແບບງ່າຍໆ?. ທ່ານສາມາດເຮັດສິ່ງເລົ່າ ນັ້ນໄດ້ກໍຄືຕ້ອງປະຕິ ບັດຕາມລະບຽບກົດໝາຍ ບໍ່ຊື້ ແລະ ບໍ່ຂາຍສັດປ່າ.